home About NIOPH Activity library Cooparation Director video Email
  
  

Login Form



ຜົນງານ 30 ປີ ໂດຍສັງເຂບ ຂອງສະຖາບັນສາທາລະນະສຸກສາດ PDF Print E-mail
Written by Administrator   
Monday, 15 February 2010 09:07
There are no translations available.

 

ຜົນງານ 30 ປີ ໂດ​ຍສັງ​ເຂ​ບ ຂອງສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ

 

 

 


 

 

 

ໂດຍປະຕິບັດ​ຕາມ​ພາລະ​ບົດບາດ​ໜ້າ​ທີ​ທີ່​ຖືກ​ມອບ​ໝາຍ ສະພາ​ວິ​ທະ​ນາສາ​ດ​ເຕັກນິກ​ການ​ແພດ ​(1990 ຫາ 2007) ໃນ​ເມື່ອ​ກ່ອນ, ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ (​ແຕ່ ປີ 1999 ​ເຖິງ​ປະຈຸ​ບັນ)​ໂດຍ​ຮັບຜິດຊອບ​ຈັດຕັ້ງປະຕິບັດ​ແຜນ​ງານ​ທີ່ 5 ຄຸ້ມ​ຄອງ​ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ ​ແລະ ການ​ອົບ ຮົມ, ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ອົງຄະ​ນະ​ພັກ ​ແລະ ຄະນະ​ລັດຖະມົນຕີ​ກະຊວງ​ສາທທາ​ລະນະ​ສຸກ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ກໍ່​ຄື​ການ​ນຳ​ພາ ຂອງ​ທ່ານ ສຈ ດຣ ບຸນ​ຍົງ ບຸບຜາ ​ເລຂາ​ຄະນະ​ໜ່ວຍພັກ, ຫົວໜ້າ​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ, ຜູ້​ສ້າງຕັ້ງ ສະພາ​ວິທະຍາ ສາດ​ເຕັກນິກການ​ແພດ​ຂອງ​ກະຊວງ​ສາທາລະນະ​ສຸກ ທັງ​ເປັນ​ອາຈານ​ສອນ ແລະ​ນັກ​ຄົ້ນຄວ້າ​ວິທະຍາສາດ​ອະ​ວຸ​ໂສ ​ໄດ້​ນຳພາ​ໝູ່​ຄະນະ ​ແລະ ພະນັກງານ​ສະ​ຖາ​ບັນ​ສູ້​ຊົນ​ຈັດຕັ້ງປະຕິບັດ​ເຄື່ອນ​ໄຫວ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ​ຕະລອດ​ມາຊຶ່ງຜົນສຳ​ເລັດ​ດັ່ງກ່າວ​ນັ້ນ ໄດ້​ສະ​ແດງ​ອອກ​ຕົວ​ຈິງ​ຄື​ດັ່ງນີ້

1. ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ:

ສຳ​ເລັດ​ໃນ​ການ​ກໍ່ສ້າງ​ພື້ນຖານ​ຂອງ​ສະພາ​ວິທະຍາສາດ​ເຕັກນິກ​ການ​ແພດດ້ານ​ວິທະຍາສາດ​ສາທາລະນະ​ສຸກ​ຢູ່ ສປປລາວ ດ້ວຍ​ສອງ​ຝາ​ມື​ເປົ່າ ​ເລີ່​ມ​ແຕ່ ປີ 1990 ​ໃນເມືອກ່ອນ, ແລະ ​ໃນ​ໄລຍະ​ຕໍ່​ມາ​ໄດ້​ສ້າງ​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ ປີ 1999 ຍາດ​ໄດ້​ການ​ຊ່ວຍ​ເຫລືອ​ຈາກ​ລັດຖະບານ​ເຢັຍລະ​ມັນ​ຜ່ານ​ອົງການ GTZ ໃນ​ການ​ສ້າງ​ຕຶກ​ອາຄານ​ຂອງ​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ​ປັດຈຸບັນ ໂດຍ​ຫົວໜ້າ​ສະ​ຖາ​ບັນ​ເປັນ​ຜູ້​ຂຽນ​ໂຄງການ, ທັງ​ໄດ້​ນຳພາສ້າງ​ແຜນ​ສັງ​ລວມການ​ຄົ້ນຄວ້າວິທະຍາສາດ​ສາທາລະ ນະ​ສຸກ 5 ປີ​ຄັ້ງທີ່ I, ຄັ້ງທີ່ II, ຄັ້ງທີ່ III, ​ແລະ ຄັ້ງທີ່ IV ໄປ​ຕາມ 6 ແຜນ​ງານ​ໃຫຍ່ ຂອງ​ກະຊວງ​ສາທາລະນະ​ສຸກ ​ແລະ​ສະ​ຖາ​ບັນ ໂດຍ​ທ່ານ​ຫົວໜ້າ​ເປັນ​ຜູ້​ຂຽນ​ຫລັກ, ​ໄດ້​ຊີ້ນຳ​ການຄົ້ນຄວ້າ​ບັນຫາ​ສາທາລະນະ​ສຸກ​ອື່ນໆ ມີ​ທັງ​ໝົດ 208 ໂຄງການ  ຊຶ່ງ​ໃນ​ນັ້ນ​ເດັ່ນ​ກວ່າ​ໝູ່ແມ່ນ ​ສຳ​ເລັດ​ການ​ສຳ​ຫລວດສຸຂະພາບ​ຂອງ​ປະຊາຊົນ​ໃນ ສປປລາວ ປີ 2000 ​ເປັນຄັ້ງ ປະຫວັດສາດ, ​ແລະ ພາວະ​ສຸຂະພາບ​ຂອງ​ປະຊາຊົນ​ລາວ​ຊຶ່ງ​ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ການ​ສຳ​ຫລວດ​ພາວະ​ສຸຂະພາບ​ໂລກ​ປີ 2003 ແລະ  ການ​ວິ​ເຄາະ​ລະບົບ​ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ​ຢູ່ ສປປລາວ ປີ 2004 ຫາ 2009 ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ອົງການ​ອະນາ​ໄມ​ໂລກ, ອົງການ​ອູ​ຍນີ​ເຊັບ​, ຄໍ​ເລັດ, ​ໄຈ​ກາ ​ແລະ​ອື່ນໆ ​ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ຄົ້ນຄວ້າ​ຈາກ​ສູນ​ສະຖິຕິ​ແຫ່ງ​ຊາດ ​ແລະ ​ພະນັກງານ​ວິຊາ​ການ​ໃນ​ທົ່ວ​ປະ​ເທດ​​ເໝືອນ​ປາງ​ບຸນ​ໃຫຍ່​ໃນ​ປະຫວັດສາດ​ຂອງ​ຂະ​ແໜງ​ການ​ສາທາລະນະ​ສຸກ ​ແລະ ສົມທົບ​ກັບ​ກົມ​ອາຫານ​ແລະ​ຢາ ປະຕິບັດ 10 ໂຄງການ ຄົ້ນຄວ້າ​ລະບົບ​ສາທາລະນະ​ສຸກ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິຊາ​ການ 5 ແຂວງ​ເພື່ອ​ສົ່ງ​ເສີມ​ການຈັດຕັ້ງປະຕິ ບັດ​ນະ​ໂຍບາຍ​ແຫ່ງ​ຊາດ​ດ້ານ​ຢາ​ໂດຍ​ການ​ສະໜັບສະໜູນ​ທາງ​ດ້ານ​ເຕັກນິກ​ຈາກ​ສະ​ຖາ​ບັນ​ກາ​ລໍຣິນສະກາ ​ແລະ ​ທາງ​ດ້ານ​ການ​ເງິນ​ຈາກ​ອົງການ SIDA, ​ໂຄງການ​ດັ່ງກ່າວ​ຍັງ​ໄດ້​ປະຕິບັດ​ຢູ່ 10 ເມືອງ​ຂອງ 5 ແຂວງ​ເປົ້າ​ໝາຍ​ ຊຶ່ງປະຕິບັດ​ເພີ້ມ 10 ໂຄງການ​ຄົ້ນຄວ້າ​ລະບົບ​ສາທາລະນະ​ສຸກ. ສ້າງສາ​ຍ ພົວພັນ​ຮ່ວມ​ມື​ດ້ານ​ວິທະຍາສາດ​ກັບ​ວຽດນາມ ປີ ແຕ່1998, ​ເພື່ອ​ສົ່ງ​ເສີມ​ຄຸນ​ນະພາ​ບ ​ໃນ​ການ​ກັນ​ພະຍາດ​ໂດຍ​ການຈັດ​ກອງ​ປະຊຸມ​ວິທະຍາສາດ​ລາວ-ວຽດນາມ 4 ຄັ້ງ, ລາວ-ວຽດນາມ-ກຳປູ​ເຈັຍ 2 ຄັ້ງ, ສຳ​ເລັດ​ໃນ​ການ​ຈັດ​ກອງ​ປະຊຸມ​ເວທີ​ການ​ຄົ້ນຄວ້າ​ວິທະຍາສາດ​ລະຫວ່າງ​ຊາດ 03 ຄັ້ງ ​ເພື່ອ​ສົ່ງ​ເສີມ​ການ​ປັບປຸງ​ລະບົບ​ການ​ຄົ້ນຄວ້າ​ວິທະຍາ ສາດ​ສາທາລະນະ​ສຸກ​ຢູ່ ສປປລາວ​ໃຫ້​ເຂັ້ມ​ແຂງ. ​ສິ່ງ​ທີ່​ເປັນ​ປະຫວັດ​ການ ແລະ ​ເປັນກຽດບໍ່​ນ້ອຍ​ໃຫ້​ແກ່​ຂະ​ແໜງ​ການ​ສາທາລະນະ​ສຸກ ຄື  ສຳ​ເລັດ​ການ​ຄົ້ນຄວ້າ​ສະ​ເໜີ​​ຂັ້ນ​ເທິງ​ມອບ​ນາມມະຍົດ​ວິທະຍາ​ຖານະ​ແກ່​ຄູ​ອາຈານ​ອະ​ວຸ​ໂສ ​ແລະ ນັກ​ຄົ້ນຄວ້າ​ເຊັ່ນ ວິທະຍາ​ຖານະ​ຂັ້ນ ສາດສະດາຈານ 9 ທ່ານ ແລະ ຮອງ​ສາດສະດາຈານ 13 ທ່ານ ຂອງ​ຂະ​ແໜງ​ການ​ສາທາລະນະ​ສຸກ ເປັນ​ຊຸດທຳ​ອິດ ​ໃນປີ 2003 ພາຍ​ໃຕ້​ການ​ຊີ້ນຳ​ໂດຍ​ກົງ ​ແລະ ຮອບດ້ານ​ຂອງ​ຄະນະ​ນຳ​ກະຊວງ​ສາທາລະນະ​ສຸກ​ອັນ​ເປັນ​ກຽດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ວົງ​ການ​ແພດ ​ແລະ ວົງ​ການ​ສາທາລະນະ​ສຸກ​ຂອງ ສປປລາວ. ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ​ຖືກ​ຮັບ​ຮູ້​ເປັນ​ພາຄີ​ຮ່ວມ​ງານ​ຄົ້ນຄວ້າ​ວິທະຍາ ສາດ​ສາທາລະນະ​ສຸກ ຂອງ​ພາກພື້ນປາຊີ​ຟິກຕາ​ເວັນ​ຕົກ ແລະ ຫົວໜ້າ​ກໍ່​ຖືກ​ສະ​ເໜີ​ເປັນ​ກຳມະການ​ທີ່​ປຶກສາ​ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ​ຂອງ​ອົງການ​ອະນາ​ໄມ​ໂລກ​ພາກພື້ນປາຊີ​ຟິກຕາ​ເວັນ​ຕົກ​ເປັນ​ຜູ້​ທຳ​ອິດ​​​ໃນຂະ​ແໜງ​ການສາທາລະນະ​ສຸກ ອງ ສປປ ລາວ.

2. ການ​ອົບຮົມ ​ແລະ ພັດທະນາ​ຊັບພະຍາກອນ​ເພື່ອ​ການ​ຄຸ້ມ​ຄອງ​ສາທາລະນະ​ສຸກ ​ແລະ ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ

​- ໂດຍ​ການ​ຍາດ​ແຍງ​ການ​ຮ່ວມ​ມື ແລະ ການ​ສະໜັບສະໜູນ​ທາງ​ດ້ານ​ວິຊາ​ການ ແລະ ການ​ເງິນ​ຈາກ​ສູນ​ຄົ້ນຄວ້າ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ກາ​ນາ​ດາ​ໃນ​ເມື່ອ​ກ່ອນ, ຕໍ່​ມາ​ອົງການ​ອະນາມ​ໂລກ, ອົງການ​ໄຈ​ກາ, ​ແລະ​ ອົງການ​ຄໍ​ແລັດ (ສະພາ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ​ເພື່ອ​ການ​ພັດທະນາ), ສະພາ​ວິທະຍາ ສາດ​ເຕັກນິກ​ການ​ແພດ​ໃນ​ເມື່ອ​ກ່ອນ​ກໍ່​ຄື​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ​ໃນໄລຍະ​ຕໍ່​ມາ​ໄດ້​ເປັນ​ຜູ້​ທຳ​ອິດ ​ຮ່ວມ​ມື​ກັບ​ກະຊວງ​ວິທະຍາສາດ ​ເພື່ອ​ຈັດຕັ້ງ ການ​ອົບຮົມ​ດ້ານ​ວິ​ທະ​ຍາ​ການ​ຄົ້ນຄວ້າ​ໃຫ້​ພະນັກງານ​ ຂະ​ແໜງ​ການ​ສາທາລະນະ​ສຸກ ​01 ຊຸດ ໃນ​ໄລຍະຕໍ່​ມາ​ໄດ້​ເປັນ​ເຈົ້າ​ການຈັດຕັ້ງອົບຮົມ ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ IDRC CANADA ແລະ WHO ​ໄດ້ທັງ​ໝົດ 380 ທ່ານ, ຫລາຍ​ທ່ານ​ໄດ້​ເຮັດ​ການ​ຄົ້ນຄວ້າ​ສຳ​ເລັດ​ຖືກ​ຍ້ອງຍໍ​ຢູ່​ໃນ​ເວທີ​ສາກົນ. ການ​ອົບຮົມ​ດ້ານ​ການ​ຄຸ້ມ​ຄອງ​ສາທາລະນະ​ສຸກ ສະໜັບສະໜູນ​ໂດຍ​ອົງການ JICA ໃນ​ແຜນ 5 ປີ  (2003-2007) ມີ 138 ທ່ານ, ຊື່​ງຜູ້​ເຂົ້າ​ຮ່ວມລ້ວນ​ແລ້ວ​ແຕ່​ແມ່ນ​ຜູ້​ບໍລິຫານ​ສາທາລະນະ​ສຸກຂັ້ນສູນ​ກາງ, ​ແຂວງ, ​ແລະ ບັນດາ​ເມືອງ​ຊຶ່ງ​ແຕ່ລະ​ທ່ານ​ລ້ວນ​ແລ້ວ​ແຕ່​ໄປ​ພັດທະນາ​ໜ້າ​ທີ່​ບໍລິຫານ ແລະ ຄຸ້ມ​ຄອງ​ສາທາລະນະ​ສຸກ​ໃນ​ຂົງ​ເຂດ​ຕົນ​ຮັບຜິດຊອບ​ໄດ້​ເປັນ​ຢ່າງ​ດີ.

- ສ້າງ​ປະລິນຍາ​ໂທສາ​ທາ​ລະນະ​ສຸກ​ສາດ 2 ລຸ້ນ 27 ທ່ານ​ພາຍ​ໃຕ້​ການ​ຮ່ວມ​ມື​ຂອງ​ກອງ​ທຶນ​ບຸລິມະສິດ​ເພື່ອ​ຄວາມ​ສາ​ມະ​ຄີ​ດ້ານ​ສາທາລະນະ​ສຸກ​ ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ ໂດຍ​ຜ່ານ​ອົງການ ເຊ​ເຊ​ເອລ ຊຶ່ງຜູ້​ສຳ​ເລັດມີ​ຫລາຍ​ທ່ານ​ໄດ້​ຖືກຊັບຊ້ອນ​ວຽກ​ງານ​ທີ່​ສຳຄັນ​ຢູ່​ໃນ​ກົງຈັກ​ບໍລິຫານ ແລະ ວິຊາ​ການ​ໃນ​ທົ່ວ​ປະ​ເທດ

- ອົບຮົມ​ຄູ​ອົບ​ຮົມດ້ານ​ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ​  78 ທ່ານ​ແຕ່​ປີ1990ມາ​ເຖິງ​ປະຈຸ​ບັນຊຶ່ງ​ຫລາຍໆ​ທ່ານ ​ມີ​ຄວາມ​ສາມາດ​ຈັດ​ອົບຮົມຕໍ່​ເອງໄດ້. 

- ຮ່ວມ​ມື​ກັບ​ໂຮງຮຽນ​ສາທາລະນະ​ສຸກ ຮ່າ​ໂນ້ຍ​ໃນ​ການ​ພັດທະນາ​ຫລັກສູດ​ການ​ຄົ້ນຄວ້າ​ລະບົບ​ສາທາ ລະນະ​ສຸກ ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ ສະຫະພາບ​ເອີຣົບ, ຕິດຕາມ​ໄປ​ດ້ວຍ​ການຈັດ​ອົບຮົມການ​ຄົ້ນຄວ້າ​ລະບົບ​ສາທາ ລະນະ​ສຸກ ລະບົບ​ເລັ່ງລັດ ​ໃຫ້ ຜູ້​ເຂົ້າ​ຮ່ວມ​ຈາກ ສປປ ລາວ, ຫວຽດນາມ, ກຳປູ​ເຈຍ, ​ແລະ ​ແບັນ​ຊິກ ​ໂດຍ​ມີ​ອາຈານ​ຈາກ​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ ​ໄປ​ປະກອບສ່ວນ​ສອນ 4 ທ່ານ. .

- ໄດ້​ສູ້​ຊົນ​ໃຫ້​ພະນັກງານ​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ​ໄດ້​ຮັບ​ການ​ຍົກ​ລະດັບ​ປະຣິນຍາ​ໂທ 13 ທ່ານ ພວມ​ຮຽນ ປະຣິນຍາ​ເອກ 06 ທ່ານ ແລະ ພວມ​ຮຽນ​ປະລິນຍາ​ໂທ 04 ທ່ານ ຢູ່​ຕ່າງປະ​ເທດ ​ແລະ ພາຍ​ໃນ​ປະ​ເທດ 02 ທ່ານ. ພະນັກງານ​ວິຊາ​ການ​ຈຳນວນ​ນຶ່ງ​ມີ​ຄວາມ​ສາມາດ​​ໃຫ້ການ​ປຶກສາ​ແນະນຳ​ດ້ານ​ວິຊາ​ການ​ຄົ້ນຄວ້າ ​ແລະ ​ເປັນ​ວິທະຍາ ກອນ​ພາສາ​ຝລັ່ງ, ອັງກິດ ​ໄດ້​ດີ​ສົມຄວນ, ພະນັກງານ​ວິຊາ​ການ​ຈຳນວນ​ນຶ່ງ​ກໍ່​ແມ່ນ​ຖືກ​ເຊີນ​ໄປ​ເປັນ​ອາຈານ​ສອນ​ຢູ່ ມວສ ​​ແລະ ຮວສ ເປັນ​ປົກະຕິຕະລອດ​ມາ. ໄປ​ຄຽງ​ຄູ່​ກັນນັ້ນ ຫົວໜ້າ​ສະ​ຖາ​ບັນ​ໄດ້​ນຳພາກໍ່ສ້າງ ​ແ​ລະ ​ຄຸ້ມ​ຄອງການ​ເຄື່ອນ​ໄຫວ​ອົບຮົມ​ປະຣິນຍາ​ໂທຂອງ​ສະ​ຖາ​ບັນ​ການ​ແພດ​ເຂດ​ຮ້ອນ​ທີ່​ໃຊ້​ພາສາ​ຝຣັ່ງທີ່​ວຽງ​ຈັນ ຕລອດ​ໄລຍະຜ່ານ​ມາ 10 ປີ ໃນ​ຖານະ​ເປັນ​ປະທານ​ສະພາ​ບໍລິຫານ​ຂອງ​ສະ​ຖາ​ບັນ​ດັ່ງກ່າວ.   

 

3. ການ​ພັດທະນາ​ຂໍ້​ມູນ​ຂ່າວສານ​ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ:

ສຳ​ເລັດ​ໃນ​ການ​ສ້າງ​ວັດຈະນານຸກົມການ​ແພດ​ອັງກິດ-ລາວ​ເປັນຄັ້ງທຳ​ອິດ​ໃນ​ປະຫວັດສາດ​ຂອງ​ຂະ​ແໜງ​ການ​ສາທາລະນະ​ສຸກ ປົກ​ແຂງ 850 ໜ້າ 1000 ຫົວ.  ສຳ​ເລັດ​ໃນ​ການ​ແປ, ຂຽນ​ ແລະ ພິມ​ປຶ້ມຄູ່​ມື​ວິຊາ​ການ, ຄູ່​ມື​ອົບຮົມ, ບົດ​ລາຍ​ງານ​ຂອງ​ປະ​ເທດ, ບົດ​ຄວາມ​ ​ແລະ​ບົດ​ລາຍ​ງານ ທາງ​ວິທະຍາສາດ​ຕ່າງໆ ໄດ້ 188 ຫົວ​ຂໍ້ ໃນ​ນັ້ນຫົວໜ້າ​ສະ​ຖາ​ບັນ​ແມ່ນ​ໄດ້ 166 ຫົວ​ຂໍ້​ມີ​ທັງ​ພາສາ​ອັງກິດ ​ແລະ ພາສາ​ລາວ​ທີ່​ໄດ້​ເຜີຍ​ແຜ່​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ. ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ​ໄດ້ເປັນ​ບ່ອນ​ທຳ​ອິດ​ທີ່​ເຮັດ​ວາລະສານ​ວິທະຍາສາດ​ສາທາລະນະ​ສຸກ​ເປັນ​ພາສາ​ລາວ-ພາສາ​ອັງກິດ​ໄດ້ 9 ຊຸດ ຊຸດ​ລະ 200 ສະບັບ​ແຈກ​ຍາຍ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ໃນ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ປົກະຕິ, ທັງ​ໄດ້​ມີ website ເປັນ​ຂອງ​ຕົນ​ເອງ, ​ໂດຍ​ມີ​ເຄືອ​ຂ່າຍ​ພາຍ​ໃນ​ທັງ​ມີ​ຫ້ອງ​ສະໝຸດ​ທີ່​ໃຊ້​ຮ່ວມ​ກັບ​ສະ​ຖາ​ບັນ​ການ​ແພດ​ເຂດ​ຮ້ອນ​ທີ່​ໃຊ້​ພາສາ​ຝຣັ່ງ.

 

4. ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ດ້ານ​ການ​ຄົ້ນຄວ້າ​ວິທະຍາສາດ ​ແລະ ການ​ອົບຮົມ

- ສ້າງຄູ່​ພາຄີ​ສາກົນ​ຍາວ​ນານ​ທີ່​ຂຶ້ນກັບ​ລັດຖະບານ ແລະ ບໍ່​ຂຶ້ນກັບ​ລັດຖະບານໃນ​ໄລຍະຍາວ ​ເຊັ່ນ ເປັນ​ຄູ່​ຮ່ວມ​ງານ​ອ້າຍ​ນ້ອງ​ກັບ​ສູນ​ພັດທະນາ​ສາທາລະນະ​ສຸກ​ລະຫວ່າງ​ຊາດ​​ມະຫາວິທະຍາ​ໄລ​ໂຕ​ກາຍ ​​ໃນ​ການ​ສາມາດ​ພັດທະນາ​ອົບຮົມ ​ແລະ ກັບ 03 ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ ຂອງ ສະມາ ຄົມ​ນັກ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ຍີ່​ປຸນ​ທີ່​ມີ​ໂຄງການ​ພັດທະນາ​ສຸຂະພາບ​ຢູ່ ສປປລາວ​ແຕ່​ປີ 2003 ເຖິງ​ປີ 2013 ​ໃນ​ການ​ສ້າງ​ລະບົບ​ເຝົ້າ​ລະວັງ​ສຸຂະພາບ​ແມ່​ພະຍາດຢູ່​ເຂດ​ລະຫາ​ນ້ຳ​ເມືອງ​ສອງ​ຄອນ, ​ແລະ ​ໂຄງການ​ພັດທະນາ​ສາທາະນະ​ສຸກ​ຢູ່​ແຂວງ​ຫົວພັນ​ຮ່ວມ​ມື​ກັບ​ພະ​ແນ​ກ ສາທາລະນະ​ສຸກ ​ແຂວງ​ແຕ່​ປີ 2003 ເຖິງ​ປີ 2011 ສຳລັບ​ປັບປຸງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ແລະ​ໃນ​ການ​ຂັ້ນບໍລິການ​ສາທາລະນະ​ສຸກ​ຢູ່ 02 ເມືອງ​ເປົ້າ​ໝາຍ​ຂອງ​ແຂວງ​ຫົວພັນ. ໄດ້​ຮ່ວມ​ມື​ຄົ້ນຄວ້າ​ເປັນ​ໄລຍະ​ກັບ​ຫລາຍ​ປະ​ເທດ​ຢູ່​ໃນ​ອາຊີ​ເຊັ່ນ​ໄທ, ມາ​ເລ​ເຊັຍ, ຟີ​ລິບ​ປິນ, ວຽດນາມ, ກຳປູ​ເຈັຍ, ຝລັ່ງ, ຍີ່​ປຸນ, ​ແບນ​ຊິກ, ສວິດ​ເຊີ​ແລັນ, ສວີ​ເດັນ, ສປ ຈີນ ແລະ ອື່ນໆຈຳນວນ​ນຶ່ງ​ ຊຶ່ງ​ຜ່ານ​ການຈັດຕັ້ງປະຕິບັດ​ໂຄງການ​ຕ່າງໆ​ດັ່ງກ່າວ​ແມ່ນ​ສ​້າງ​ໄດ້​ປະລິນຍາ​ໂທ ແລະ ປະລິນຍາ​ເອກທີ່​ເປັນ​ລະບົບ​ສະ​ເໝີ​ມາ. ຄະນະ ​ແລະ ພະນັກງານ​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ​ຖືກ​ເຊີນ​ໄປ​ຮ່ວມ ກອງປະຊຸມ​ວິທະຍາສາດ​ລະດັບ​ພາກພື້ນ ແລະ ລະດັບ​ໂລກ​ເປັນ​ໄລຍະໆ​ອັນ​ໄດ້​ເປັນ​ການ​ໂຄສະນາ​ເຜີຍ​ແຜ່​ຜົນງານ​ການ​ຄົ້ນຄວ້າ​ວິທະຍາສາດ​ສາທາລະນະ​ສຸກ ຂອງ ສປປ ລາວ ຢູ່​ໃນ​ເຂດ​ພາກພື້ນ ແລະ​ໃນ​ໂລກ.

- ໄປຄຽງ​ຄູ່​ກັບການ​ເຄື່ອນ​ໄຫວ​ວິຊາ​ສະ​ເພາະ, ທ່ານ​ຫົວໜ້າ​ສະ​ຖາ​ບັນ​ຍັງ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ສະມັກ​ຮັບ​ເລືອກ​ຕັ້ງຕາງໜ້າ​ຂະ​ແໜງ​ການ​ເປັນ​ສະມາຊິກສະພາ​ແຫ່ງ​ຊາດ​ສອງ​ສະ​ໄໝຊຶ່ງ​ມີ​ຜົນງານ​ອັນ​ໂດດ​ເດ່​ນ​ໃນ​ການ​ເຄື່ອນ​ໄຫວ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ​ຢູ່​ໃນ​ເວທີ​ສະ​ພາພາຍ​ໃນ​ຊາດແລະ​ເວທີ​ລັດຖະສະພາ​ລະຫວ່າງ​ຊາດ.

 

ຈາກ​ຜົນງານ​ການ​ເຄື່ອນ​ໄຫວພາຍ​ໃຕ້​ຊື່ ຂອງ​ສະພາ​ວິທະຍາສາດ​ເຕັກນິກ​ການ​ແພດ ​ໃນ​ເມື່ອ​ກ່ອນ, ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ​ໃນ​ໄລຍະ​ຕໍ່​ມາ​ເປັນ​ເວລາທັງ​ໝົດ 20 ປີ ແລະ ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ບຸກຄົນ​ໃນ​ການ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ, ລັດຖະບານ ແລະ ສະພາ​ແຫ່ງ​ຊາດ​ໃນ​ຊ່ວງ​ໄລຍະ 30 ກວ່າປີ ຜ່ານມາ ນັ້ນ. ພັກ ​ແລະ ລັດຖະບານ​ໄດ້​ມີ​ນະ​ໂຍບາຍອັນ​ຊອບ​ທຳ​ແລະ​ສ່ອງ​ໃສ ​ປະຕິບັດ​ການ​ຍ້ອງຍໍ​ຜົນງານ 30 ປີ ຂັ້ນ ຕ່າງໆ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ລວມໝູ່ ແລະ ບຸກ​ຄົນທັ້ງນີ້ ເພື່ອ​ເປັນ​ການ​ຢັ້ງຢືນ​ຜົນງານ ແລະ ​ເພື່ອ​ເປັນພະລັງ ກຳລັງ​ໃຈ​ທີ່ສະມາຊິກ​ພັກ-ພະນັກງານ ​ໄດ້​ສູ້​ຊົນ​ແບກ​ຫາບ​ພາລະກິດ ປະຕິວັດ ສູ້​ຊົນ​ບຸກໜ້າ​ບືນ​ຕົວ​ເຮັດ ຫ​ລ້ອນໜ້າ​ທີ່​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຊຶ່ງ​ສະ​ແດ​ງອອກ ການ​ໄດ້​ຮັບ​ຫລຽນ​ໄຊ​ຂັ້ນຕ່າງໆ ທີ່​ເປັນ​ຮູບ​ປະ​ທຳ​ ຄື​ດັ່ງ​ຕໍ່​ໄປ​ນີ້

 

- ຮ່ວມ​ໝູ່​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດໄດ້​ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນສອງ

- ບຸກຄົນ​ໄດ້​ຮັບ​ມີ :

      - ຫລຽນ​ໄຊ​ອິດສະຫລະ​ຊັ້ນນຶ່ງ

      - ຫລຽນ​ໄຊ​ແຮງ​ງານ​ຊັ້ນສາມ

      - ຫລຽນ​ກາ​ແຮງ​ງານ

      - ໃບ​ຍ້ອງຍໍ​ລັດຖະບານ

ຕໍ່​ໄປ​ນີ້ ຂໍອະນຸຍາດ​ຜ່ານ​ລັດຖະດຳລັດ​ຂອງ​ປະທານ​ປະ​ເທດ​ແລະ​ໃບ​ມອບ​ສິດ​ຂອງ​ນາຍົກລັດຖະມຸນຕີແຫ່ງ ສປປລາວ ມອບ​ສິດ​ໃຫ້​ລັດຖະມຸນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຕາງໜ້າ​ລັດຖະບານ​ເປັນ​ກຽດ​ປະດັບ​ຫລຽນ​ໄຊອິດສະຫລະ​ຊັ້ນນຶ່ງ ​ໃຫ້​ແກ່ ສຈ ດຣ ບຸນ​ຍົງ ບຸບຜາ ຫົວໜ້າ​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດ ຂໍ​ຮຽນ​ເຊີນ​ທ່ານ ປະດັບ​ຫລຽນ​ໄຊ​ໃຫ້​ລວມໝູ່​ສະ​ຖາ​ບັນ​ສາທາລະນະ​ສຸກ​ສາດກ່ອນ, ຈາກ​ນັ້ນ ຂໍ​ຮຽນ​ເຊີນ​ທ່ານ ປະດັບ​ຫລຽນ​ໃຫ້​ຫົວໜ້າ ​ແລະ​ພະນັກງານ​ວິຊາ​ການ​ຂອງ ສບສ.

 

                                          ວຽງຈັນ, ວັນທີ່ 15.ກຸມພາ.2010

 

Last Updated on Monday, 15 February 2010 11:45